ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 18 ມີນາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຕາງໜ້າມອບໂດຍ ຄອບຄົວການນໍາຂັ້ນສູງ ໂດຍທ່ານ ປ້າວຽງເງິນ ໄຂຄໍາພິທູນ ແລະ ຕາງໜ້າຮັບໂດຍ ທ່ານ ປອ ຄໍາ ຂັນທະວີວອນ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ມີທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງ ແຂວງວຽງຈັນ, ຄອບຄົວການນໍາຂັ້ນສູງ, ຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ບັນດາພະແນກການ, ຫົວໜ້າຂະແໜງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ ທ່ານ ປອ ຄໍາ ຂັນທະວີວອນ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາຂອງແຂວງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ຫຼັງຈາກນັ້ນ ໄດ້ມີການ ມອບ-ຮັບ ມອບທືນການສຶກສາ, ອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອສົມທົບວຽກງານສຶກສາທິການ ແລະ ກິລາແຂວງວຽງຈັນ ເວົ້າລວມເວົ້າສະເພາະຄື ມອບໃຫ້ໂຮງຮຽນປະຖົມ 10 ແຫ່ງ ທີ່ນອນຢູ່ໃນ 5 ເມືອງເປົ້າໝາຍຄື: ເມືອງຊະນະຄາມ (ໂຮງຮຽນປະຖົມ ນາສົມບູນ ແລະ ໂຮງຮຽນປະຖົມ ໂນນນາແກບ), ເມືອງໝື່ນ (ໂຮງຮຽນປະຖົມ ໂພນງານ ແລະ ໂຮງຮຽນປະຖົມ ໂນນຕ້ອງ), ເມືອງແມດ (ໂຮງຮຽນປະຖົມ ເມືອງແມດ ແລະ ໂຮງຮຽນປະຖົມ ນາກ້າງປາ), ເມືອງກາສີ ( ໂຮງຮຽນປະຖົມ ໂພນທັນ ແລະ ໂຮງຮຽນປະຖົມ ໜອງບົວທອງ), ເມືອງຫີນເຫີບ (ໂຮງຮຽນປະຖົມ ສວນມອນ ແລະ ໂຮງຮຽນ ມສ ຄອນແກ້ວ) ເຊິ່ງເຄື່ອງທີ່ມອບ ປະກອບມີ: ເງິນສົດ 100,000,000 ກີບ, ເຄື່ອງນຸ່ງຫົມ 42 ແກັດ, ເຄື່ອງອຸປະກອນການຮຽນ 51 ແກັດ, ເຄື່ອງໃຊ້ທົ່ວໄປ 20 ແກັດ, ເຂົ້າໜົມ 3 ແກັດ ລວມເປັນ 116 ແກັດ ( ມູນຄ່າເຄື່ອງ 250,000,000 ກີບ+ ເງິນສົດ 100,000,000 ກີບ ລວມທັງໝົດ 350,000,000 ກີບ.
ນອກຈາກນັ້ນ, ຍັງມີເຄື່ອງໃຊ້ຫ້ອງການ ( ຄອມພິວເຕີ 1 ເຄື່ອງ ແລະ ເຄື່ອງພິມເອກະສານ 1 ເຄື່ອງ ) ແລະ ເງິນຈໍານວນ 20,000,000 ກີບ ມອບໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ
